- I. ພາກສະເໜີ
1.1. ປະຫວັດຄວາມເປັນມາ
ປ່າສະຫງວນດົງນາຕາດ
ເປັນປ່າສະຫງວນທີ່ຂື້ນກັບແຂວງສະຫວັນນະເຂດ ມີເນື້ອທີ່ 8,300 ເຮັກຕາ
ເຊິ່ງໄດ້ປະກາດເປັນປ່າສະຫງວນຂອງແຂວງໃນປີ ຄ.ສ 1962. ຢູ່ຫ່າງຈາກເທດສະບານເມືອງໄກສອນ
12 Km ຕາມເສັ້ນທາງເລກ 9 ສະຫວັນນະເຂດ - ເຊໂນ. ເຊິ່ງມີການອອກແບບຈັດສັນຮູບຂອງພັດທະນາ
ໃຫ້ເປັນແຫຼ່ງທອງທ່ຽວທາງທຳມະຊາດ ທີ່ຈະສ້າງເປັນເຂດບໍລິການການຜັກຜ່ອນ, ເປັນບ່ອນສຶກສາປ່າໄມ້
ແລະ ສັດປ່ານາໆພັນ.
ໄມ້ສັກເປັນໄມ້ທີ່ມີຖິ່ນກຳເນີດຢູ່ທາງພາກເໜືອຂອງ
ສປປ ລາວ ເຊັ່ນ: ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ. ໄມ້ສັກຍັງສາມາດນຳມາປູກຢູ່ຫຼາຍໆແຂວງໃນ
ສປປ ລາວ.
1.2. ເຫດຜົນຂອງການສຶກສາ
ເພື່ອຢາກຮູ້ ແລະ
ໄຈ້ແຍກຊະນິດພັນພືດທີ່ມີຢູ່ໃນເຂດພື້ນທີ່ປ່າສະຫງວນດົງນາຕາດວ່າ.
1.3. ຂອບເຂດຂອງການສຶກສາ
ໄດ້ລົງສຳຫຼວດປ່າສະຫງວນດົງນາຕາດ
ໃນວັນເສົາ ທີ 31/05/2014 ເລວາ 12:30 ນາທີ.
ການສຶກສາຄັ້ງນີ້ແມ່ນໄດ້ເກັບກຳຂໍ້ມູນບາງສ່ວນຈາກເຂດພື້້ນທີ່ປ່າສະຫງວນດົງນາຕາດ Zone
2. ສຶກສາເຖິງລັກສະນະພືດສາດ, ການກະຈາຍ, ການຂະຫຍາຍພັນ, ການນຳໃຊ້ ແລະ
ຕະຫຼາດຂອງໄມ້ສັກ.
1.4. ຈຸດປະສົງ
- II. ທົບທວນເອກະສານ
·
ປ່າສະຫງວນ
ປ່າສະຫງວນແມ່ນປ່າໄມ້ ແລະ
ທີ່ດິນປ່າໄມ້ ເຊິ່ງຖືກຈັດແບ່ງເພື່ອຈຸດປະສົງໃນການປົກປັກຮັກສາພັນພຶດ, ພັນສັດ ແລະ
ສິ່ງຕ່າງໆທີ່ມີຄຸນຄ່າທາງປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ,ສິ່ງແວດລ້ອມ ແລະ
ການຄົ້ນຄວ້າທົດລອງ
·
ປ່າໄມ້
ປ່າໄມ້ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ
ທີ່ມີລະບົບນິເວດສະເພາະ ເຊິ່ງປະກອບດ້ວຍຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນປ່າໄມ້
ໂດຍມີຕົ້ນໄມ້ນາໆຊະນິດ ທີ່ເກິດຂື້ນຕາມທຳມະຊາດ ຫຼື ປູກຂື້ນໃນພື້ນທີ່ປ່າປ້ອງກັນ,
ປ່າສະຫງວນ ແລະ ປ່າຜະລິດ
·
ຄວາມໝາແໜ້ນ:
ໝາຍເຖິງຕົ້ນໄມ້ຂອງວັດສະພືດຊະນິດນັ້ນຕໍ່ຫົວໝ່ວຍພື້ນທີ່ນັ້ນ
ຫຼື ຈໍານວນຂອງຊະນິດຕໍ່ຫົວໝ່ວຍພື້ນທີ່ ຫຼື ຈໍານວນຕົ້ນຂອງຊະນິດນັ້ນຕໍ່ດອນຕົວຢ່າງທີ່ສຶກສາ.
·
ການຄຸ້ມຄອງ:
ແມ່ນການປົກປັກຮັກສາ,
ການຈັດຕັ້ງດໍາເນີນການຕ່າງໆການຂົນສົ່ງ, ການເກັບຮັກສາການປຸ່ງແຕ່ງ ຫຼື
ການນໍາໃຊ້ຊັບພະຍາກອນທໍາມະຊາດ ຕ້ອງປະຕິບັດຕາມລະບຽບຂອງກົດໝາຍປ່າໄມ້ກົດໝາຍວ່າດ້ວຍນໍ້າ
ແລະ ຊັບພະຍາກອນແຫຼ່ງນໍ້າ, ກົດໝາຍວ່າດ້ວຍບໍ່ແຮ່,
ກົດໝາຍວ່າດ້ວຍກະສິກໍາລວມທັງກົດໝາຍອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
·
ການນໍາໃຊ້ແບບຍືນຍົງ:
ແມ່ນຮູບແບບ
ຫຼື ວິທີການນໍາໃຊ້ໃຫ້ແທດ
ເໝາະກັບສະພາບຄວາມເປັນຈິງບໍ່ໃຫ້ເກີດການຂະຫຍາຍຕົວຂອງມັນເຊິ່ງສາມາດນໍາໃຊ້ຕະຫຼອດປີ.(ມະໂນລິນ, 2008 )
·
ເຄື່ອງປ່າຂອງດົງ:
ແມ່ນລວມເອົາຫຼາຍຜະລິດຕະພັນ (ຍົກເວັ້ນໄມ້ທ່ອນ)
ທີ່ເກັບໄດ້ໃນປ່າທໍາມະຊາດ, ສ່ວນປູກໄມ້ ແລະ ຕາມຫ້ວຍນ້ໍາລໍາທານ,
ເຊິ່ງມັນໄດ້ຖືກນຳໃຊ້ເຂົ້າໃນຊີວິດປະຈຳວັນຂອງປະຊາຊົນທ້ອງຖິ່ນ. ມີຫຼາຍຜະລິດຕະພັນພືດ ແລະ
ສັດທີ່ມີການເກັບຢູ່ໃນປ່າທຳມະຊາດເຊັ່ນ: ໝາກໄມ້, ແກ່ນ, ເຫັດ, ນໍ້າມັນ, ດອກໄມ້,
ຢາພື້ນເມືອງ, ພືດຜັກ ແລະ ເຄື່ອງເທດ, ສີຍ້ອມຢາງໃສ ແລະ ຜະລິດຕະພັນສັດເຊັ່ນ: ນ້ຳເຜິ້ງ
ແລະ ສັດໃຫຍ່. (ມະຫາວິທະຍາໄລແຫ່ງຊາດລາວ, 2007).
- III. ອຸປະກອນ ແລະ ວິທີການສຶກສາ
1.
ອຸປະກອນ
§
ເຊືອກຝາງ (ໃຊ້ສຳລັບການກຳນົດດອນຕົວຢ່າງ)
§
ໄມ້ແມັດ (ໃຊ້ວັດຮອບຕົ້ນໄມ້, ແທກດອນຕົວຢ່ງ)
§
ໂທລະສັບ (ຖ່າຍພາບພື້ນທີ່ ທີ່ລົງສຳຫຼວດ)
§
ກ້ອງຊຸນໂຕ (ໃຊ້ສຳລັບການວັດແທກລວງສູງຂອງຕົ້ນໄມ້)
§
ຄອມພິວເຕີ້ (ລວບລວມຂໍ້ມູນ)
§
GPS (ໃຊ້ຈັດຈຸດພິກັດ ຫຼື
ບອກຕຳແໜ່ງເພື່ອນຳໄປສ້າງເປັນດອນຕົວຢ່າງ)
§
ເຂັມທິດ (ໃຊ້ກຳນົດທິດໃນການວັດແທກສ້າງດອນ)
§
ແບບຟອມ (ເກັບຕົວຢ່າງ)
§
ບິກ ແລະ ສໍ (ຈົດບັນທຶກຂໍ້ມູນ)
§
ພ້າ (ຖາງແລວ)
§
ແຜນທີ່ (ເພື່ອບອກໂຊນ ແລະ ດອນຕົວຢ່າງ)
2.
ວິທີການສຶກສາ
ແຜ່ນສຶກສາຈາກຂໍ້ມູນມືໜຶ່ງ
ແລະ ຂໍ້ມູນມືສອງ
§
ຂໍ້ມູນມືໜຶ່ງ: ແມ່ນໄດ້ມາຈາກການລົງສຳຫຼວດຕົວຈິງ
ໂດຍມີການວາງດອນຕົວຢ່າງຂະໜາດ 10 x 10 ແລ້ວມີການແທກລວງຮອບຂອງຕົ້ນໄມ້ແຕ່ລະຕົ້ນທີ່ມີລວງສູງ 1
ແມັດ ຂື້ນໄປ, ສຳຫຼວດວ່າມີໄມ້ພຸ່ມ ແລະ ພືດທີ່ເປັນຢາ.
§ ຂໍ້ມູນມືສອງ: ແມ່ນການສັງລວມເອົາເອກະສານເພື່ອອ້າງອີງ
ແລະ ປະກອບເຂົ້າໃນການເຮັດບົດລາຍງານ ເພື່ອໃຫ້ຂໍ້ມູນໃກ້ຄຽງກັບສະພາບຕົວຈິງ.
- IV. ຜົນການສຶກສາ
ໃນການລົງສຳຫຼວດ ພວກເຮົາໄດ້ສຳຫຼວດຢູ່ 4ດອນຕົວຢ່າງ ຄື:
ດອນທີ່13, 14, 3, 4 ຕາມລຳດັບ ເຊິ່ງໃນແຕ່ລະດອນພົບພືດທີ່ແຕກຕ່າງກັນຄື:
ດອນທີ່13:
v ຍົກຕົວຢ່າງພັນໄມ້ທີ່ພົນເດັ່ນກໍ່ຄື:
ໄມ້ສັກ
ອານາຈັກ
|
Plantae
|
ສາຂາ
|
Magnoliophyta
|
ເຫຼົ່າ
|
Magnoliopsida
|
ເຜົ່າ
|
Lamiales
|
ຕະກຸນ
|
Verbenaceae –
Lamiaceae
|
ສະກຸນ
| |
ຊະນິດ
|
T. grandis
|
ຊື່ເປັນພາສາອັງກິດ
|
Teak
|
ຊື່ວິທະຍາສາດ
|
Tectona grandis
|
1.
ລັກສະນະພືດສາດ
·
ລໍາຕົ້ນ: ມີລັກສະນະໃຫຍ່ຕາມໄລຍະເວລາ
ມີລັກສະນະເປັນສີເທົາ. ເປືອກແຂງ ແລະ ແຕກເປັນຮ່ອງນ້ອຍໆ.
·
ໃບ: ໃບຂອງມັນມີຂະໜາດໃຫຍ່ຫຼາຍ. ອອກກົງກັນຂ້າມກັນເປັນຄູ່. ຄວາມຍາວຂອງໃບແມ່ນ
25-30 ຊຕມ, ລວງກ້ວາງເກືອບເທົ່າລວງຍາວ. ແຕ່ວ່າໃບຂອງຕົ້ນເບ້ຍຈະມີຂະໜາດໃຫຍ່
ກວ່າໃບຂອງຕົ້ນທີ່ໃຫຍ່ແລ້ວ, ໃບມີລັກສະນະຊາ
ແລະ ເປັນສີຂຽວເຂັ້ມ.
ເມື່ອເຮົາຍ່ອງເບິ່ງໃບຂອງມັນຈະມີລັກສະນະເປັນສີແດງສົດຄ້າຍຄືເລືອດ.
·
ດອກ: ດອກສີຂາວຂະໜາດນ້ອຍເປັນຊໍ່ຕາມປາຍກິ່ງງ່າ,
ອອກດອກ ແລະ
ເປັນໝາກແມ່ນເດືອນມິຖຸນາຫາເດືອນຕຸລາ.
·
ເປືອກ: ເປືອກໜາດີ
ແລະ ມີລັກສະນະກ້ຽງ ຫຼື ຮ່ອງຕື້ນຕາມຄວາມຍາວຂອງລໍາຕົ້ນໄດ້.
·
ໝາກ: ມີລັກສະນະແຫ້ງ
ແລະ ຮູບຮ່າງມົນກົມເສັ້ນຜ່າສູນກາງປະມານ 2 ຊມ ແລະ ມີແກ່ນ 1-3
ແກ່ນໃນໝາກໜຶ່ງ.
2.
ລະບົບນິເວດ
ໄມ້ສັກສ່ວນໃຫຍ່ເປັນໄມ້ທີ່ມັກເກີດໃນພື້ນທີ່ປ່າໂຄກ
ເປັນຕົ້ນໄມ້ມີການປ່ຽນໃບຈຶ່ງມີຄວາມທົນທານຕໍ່ສຸຂະພາບແວດລ້ອມທີ່ແຫ້ງແລ້ງ. ມີຖິ່ນກຳເນີດຢູ່ໃນຕອນໃຕ້ຂອງປະເທດອິນເດຍ, ມຽນມາ, ໄທ,
ອິນໂດເນເຊຍ ແລະ ລາວ.
3.
ການກະຈາຍ
ໄມ້ສັກເປັນໄມ້ທີ່ພົບໃນ
4 ປະເທດຄື: ລາວ, ໄທ, ມຽນມາ ອິນໂດເນເຊຍ ແລະ ອິນເດຍ. ໃນບາງກອກ, ປະເທດໄທ, ແມ່ນການກໍ່ສ້າງໄມ້ສັກທອງທີ່ໃຫຍ່ທີ່ສຸດຂອງໂລກ.
ໄມ້ສັກ ເຕີບໂຕໄດ້ດີໃນດິນທີ່ເກີດຈາກຫິນຫຼາຍຊະນິດ ແຕ່ການຈະເລິນເຕີບໂຕບໍ່ໄດ້ຂື້ນກັບຄວາມເລິກ,
ການລະບາຍນ້ຳ, ຄວາມຊຸ່ມ ແລະ ອຸນຫະພູມຂອງດິນນັ້ນໆ.
ໂດຍສະເພາະໃນດິນທີ່ເກີດຈາກຫີນປູນເຊິ່ງແຕກແຍກຜຸພັງຈົນກາຍເປັນດິນເໝາະສົມ. ໄມ້ສັກມັກ
ແລະ ຈະເລີນເຕີບໂຕໄດ້ດີຫຼາຍ. ໄມ້ສັກມັກດິນທີ່ມີຄວາມເປັນກາງ ແລະ ດ່າງໜ້ອຍ ຄ່າ pH ຢູ່ລະຫວ່າງ 6.5
– 7.5 ປະລິມານນ້ຳຝົນສະເລ່ຍ
1,200 – 2,000 mm/ປີ.
ຄວາມສູງຈາກໜ້ານ້ຳທະເລປານກາງບໍ່ເກີນ 700 m ແລະ
ມີລະດູແລ້ງແຍກຈາກລະດູຝົນຊັນເຂນຈະເຮັດໃຫ້ໄມ້ສັກມີລວດລາຍທີ່ງາມ.
4.
ການຂະຫຍາຍ
ນຳແກ່ນມາແຊ່ນ້ຳ 2 ມື້. ສະລັບຕາກແດດ 1 ມື້ ລວມທັງໝົດ 15 ມື້. ແລ້ວວ່ານໃນ ໜານປູກ
ແລ້ວຖົມໜາປະມານ 3-5 mm ຫຼື ເຮັດເປັນຮ່ອງແລ້ວວ່ານລົງເພື່ອສະດວກໃນການຖົມ. ແກ່ນຈະງອກຢ່າງເປັນລະບຽບ.
ໜານເພາະພັນຄວນຢູ່ກາງແຈ້ງ ແກ່ນໄມ້ສັກຈະງອກອອກພາຍໃນ 3 ອາທິດ. ບາງເມັດຈະງອກພາຍໃນ 2
ປີຈຶ່ງງອກອອກ.
- ການປັກຊຳ.
ເລືອກສາຍພັນທີ່ດີ. ເລືອກຕັດສິ້ນສ່ວນຂອງໄມ້ທີ່ແຕກກິ່ງງ່າງ່າຍ ແລ້ວນຳໄປກະຕຸ້ນການອອກຮາກ ແລະ ລຳຕົ້ນດ້ວຍສານເຄມີ.
ນຳສ່ວນຂອງພືດທີ່ໄດຮັບການກະຕຸ້ນແລ້ວໄປໄວ້ໃນເຮືອນ ທີ່ສາມາດຄວບຄຸມຄວາມຊຸ່ມ ແລະ ອຸຫະພູມ. ຕິດຕາມຈົນກວ່າສ່ວນຂອງພືດທີ່ນຳມາປັກຊຳຈະສ້າງຮາກ ແລະ ລຳຕົ້ນ.
ເມື່ອຕົ້ນກ້າແຂງແຮງຈຶ່ງນຳອອກໄປປູກ.
5.
ການນຳໃຊ້
ໄມ້ສັກເປັນໄມ້ທີ່ບໍ່ມີລາຍ. ເປັນໄມ້ທີ່ແຂງແຮງ,
ມີຄວາມທັນທານສູງ ຄົນສ່ວນຫຼາຍນຳໄມ້ສັກມາເຮັດເຮືອນເປັນຫຼັງ ຫຼື ບາງສ່ວນ ແລະ
ນຳມາຜະລິດເປັນເຄື່ອງໃຊ້ພາຍໃນຄົວເຮືອນເຊັ່ນ: ຕູ້, ໂຕະ, ຕຽງ ແລະ ຕັ່ງ... ນອກນີ້ໄມ້ສັກຍັງມີສານທີ່ປ້ອງກັນປວກ
ແລະ ມອດມາທຳລາຍ ສານນີ້ຊື່ວ່າ: ເທັກໂທຄວີໂນນ (Tectoquinone).
ຮູບທີ 3: ເຮືອນທີ່ເຮັດຈາກໄມ້ສັກ ຮູບທີ
4: ຕຽງເຮັດຈາກໄມ້ສັກ
6.
ຕະຫຼາດ
ຕະຫຼາດໃນປັດຈຸບັນແມ່ນຮອງຮັບໄມ້ສັກໄດ້ດີ ເພາະໄມ້ສັກເປັນໄມ້ທີ່ມີຄວາມແຂງແຮງ,
ທັນທານ ແລະ ບໍ່ມີລາຍໄມ້. ໄມ້ສັກຍັງເປັນໄມ້ທີ່ທົນຕໍ່ປວກ (ປວກບໍ່ກິນ).
ຕະຫຼາດມີຄວາມຕ້ອງການຢ່າງເຫັນໄດ້ຊັດເຈນວ່າໃນ ສປປ ລາວ
ມີການສຳປະທານທີ່ດິນເພື່ອປູກໄມ້ສັກ.
- V. ສະຫຼຸບ ແລະ ສະເໜີແນະ
1.
ສະຫຼຸບ
ຜ່ານການລົງສຳຫຼວດປ່າສະຫງວນດົງນາຕາດ ເຮັດໃຫ້ພວກເຮົາໄດ້ເຫັນເຖິງຄວາມປ່ຽນແປງບາງສ່ວນຂອງພື້ນທີ່ປ່າ
ບາງສ່ວນອາດບໍ່ກົງກັບແຜ່ນທີ່ ເນື່ອງຈາກວ່າແຜນທີ່ພາບຖ່າຍໃນການໃຊ້ສຳຫຼວດແມ່ນປີ 2012.
ເຫັນເຖິງຄວາມແຕກຕ່າງແຕ່ລະເຂດດອນຕົວຢ່າງ. ບາງເຂດເປັນປ່າຕຶບ. ບາງເຂດເປັນພື້ນທີ່
ທີ່ມີຕົ້ນໄມ້ໃຫຍ່ ແຕ່ບໍ່ຕຶບໜາ. ການລົງສຳຫຼຄັ້ງນິເຮັດໃຫ້ຮູ້ ແລະ
ເຫັນເຖິງຊະນິດພັນໄມ້ຕ່າງໆທີ່ມີຢູ່ໃນປ່າສະຫງວນ.
2.
ສະເໜີແນະ
-
ບົດລາຍງານຂອງພວກຂ້າພະເຈົ້າອາດຈະບໍ່ສົມບູນ ແລະ ຄົບຖ້ວນເທື່ອ
ເພາະຂໍ້ມູນບາງສ່ວນອາດຫາຍາກ.
-
ການຈັດລຽງບົດລາຍງານອາດມີຂໍ້ບົກພ່ອງ ປະການໃດປະການໜຶ່ງ
ພວກຂ້າພະເຈົ້າຫວັງວ່າອາຈານ ແລະ
ໝູ່ເພື່ອນຄົງຈະໃຫ້ຄຳເນາະນຳແກ່ພວກຂ້າພະເຈົ້າເພີ່ມຂື້ນ
-
ບົດລາຍງານຄັ້ງນີ້ແມ່ນບໍ່ທັນຄົບຖ້ວນ ແລະ ສົມບູນ
ແມ່ນຢາກໃຫ້ຜູ້ສຶກສາລຸ່ນຕໍ່ໄປ ທີ່ສົນໃຈຢາກສຶກສາຕໍ່ໃຫ້ມັນຄົບຖ້ວນຕໍ່
VI.
ເອກະສານອ້າງອີງ


