วันจันทร์ที่ 11 สิงหาคม พ.ศ. 2557

ໄມ້ສັກ, ຕົ້ນສັກ (Teak)

  1.      I.  ພາກສະເໜີ

1.1. ປະຫວັດຄວາມເປັນມາ
ປ່າສະຫງວນດົງນາຕາດ ເປັນປ່າສະຫງວນທີ່ຂື້ນກັບແຂວງສະຫວັນນະເຂດ ມີເນື້ອທີ່ 8,300 ເຮັກຕາ ເຊິ່ງໄດ້ປະກາດເປັນປ່າສະຫງວນຂອງແຂວງໃນປີ ຄ.ສ 1962. ຢູ່ຫ່າງຈາກເທດສະບານເມືອງໄກສອນ 12 Km ຕາມເສັ້ນທາງເລກ 9 ສະຫວັນນະເຂດ - ເຊໂນ. ເຊິ່ງມີການອອກແບບຈັດສັນຮູບຂອງພັດທະນາ ໃຫ້ເປັນແຫຼ່ງທອງທ່ຽວທາງທຳມະຊາດ ທີ່ຈະສ້າງເປັນເຂດບໍລິການການຜັກຜ່ອນ, ເປັນບ່ອນສຶກສາປ່າໄມ້ ແລະ ສັດປ່ານາໆພັນ.
ໄມ້ສັກເປັນໄມ້ທີ່ມີຖິ່ນກຳເນີດຢູ່ທາງພາກເໜືອຂອງ ສປປ ລາວ ເຊັ່ນ: ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ. ໄມ້ສັກຍັງສາມາດນຳມາປູກຢູ່ຫຼາຍໆແຂວງໃນ ສປປ ລາວ.

1.2. ເຫດຜົນຂອງການສຶກສາ
ເພື່ອຢາກຮູ້ ແລະ ໄຈ້ແຍກຊະນິດພັນພືດທີ່ມີຢູ່ໃນເຂດພື້ນທີ່ປ່າສະຫງວນດົງນາຕາດວ່າ.


1.3. ຂອບເຂດຂອງການສຶກສາ
ໄດ້ລົງສຳຫຼວດປ່າສະຫງວນດົງນາຕາດ ໃນວັນເສົາ  ທີ 31/05/2014 ເລວາ 12:30 ນາທີ. ການສຶກສາຄັ້ງນີ້ແມ່ນໄດ້ເກັບກຳຂໍ້ມູນບາງສ່ວນຈາກເຂດພື້້ນທີ່ປ່າສະຫງວນດົງນາຕາດ Zone 2. ສຶກສາເຖິງລັກສະນະພືດສາດ, ການກະຈາຍ, ການຂະຫຍາຍພັນ, ການນຳໃຊ້ ແລະ ຕະຫຼາດຂອງໄມ້ສັກ.
1.4. ຈຸດປະສົງ
  1.     II. ທົບທວນເອກະສານ

·         ປ່າສະຫງວນ
ປ່າສະຫງວນແມ່ນປ່າໄມ້ ແລະ ທີ່ດິນປ່າໄມ້ ເຊິ່ງຖືກຈັດແບ່ງເພື່ອຈຸດປະສົງໃນການປົກປັກຮັກສາພັນພຶດ, ພັນສັດ ແລະ ສິ່ງຕ່າງໆທີ່ມີຄຸນຄ່າທາງປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ,ສິ່ງແວດລ້ອມ ແລະ ການຄົ້ນຄວ້າທົດລອງ
·         ປ່າໄມ້
ປ່າໄມ້ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ ທີ່ມີລະບົບນິເວດສະເພາະ ເຊິ່ງປະກອບດ້ວຍຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນປ່າໄມ້ ໂດຍມີຕົ້ນໄມ້ນາໆຊະນິດ ທີ່ເກິດຂື້ນຕາມທຳມະຊາດ ຫຼື ປູກຂື້ນໃນພື້ນທີ່ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ

·         ຄວາມໝາແໜ້ນ:  
ໝາຍເຖິງຕົ້ນໄມ້ຂອງວັດສະພືດຊະນິດນັ້ນຕໍ່ຫົວໝ່ວຍພື້ນທີ່ນັ້ນ ຫຼື ຈໍານວນຂອງຊະນິດຕໍ່ຫົວໝ່ວຍພື້ນທີ່ ຫຼື ຈໍານວນຕົ້ນຂອງຊະນິດນັ້ນຕໍ່ດອນຕົວຢ່າງທີ່ສຶກສາ.


·        ການຄຸ້ມຄອງ:
         ແມ່ນການປົກປັກຮັກສາ, ການຈັດຕັ້ງດໍາເນີນການຕ່າງໆການຂົນສົ່ງ, ການເກັບຮັກສາການປຸ່ງແຕ່ງ ຫຼື ການນໍາໃຊ້ຊັບພະຍາກອນທໍາມະຊາດ ຕ້ອງປະຕິບັດຕາມລະບຽບຂອງກົດໝາຍປ່າໄມ້ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ, ກົດໝາຍວ່າດ້ວຍບໍ່ແຮ່, ກົດໝາຍວ່າດ້ວຍກະສິກໍາລວມທັງກົດໝາຍອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
·        ການນໍາໃຊ້ແບບຍືນຍົງ
         ແມ່ນຮູບແບບ ຫຼື ວິທີການນໍາໃຊ້ໃຫ້ແທດ ເໝາະກັບສະພາບຄວາມເປັນຈິງບໍ່ໃຫ້ເກີດການຂະຫຍາຍຕົວຂອງມັນເຊິ່ງສາມາດນໍາໃຊ້ຕະຫຼອດປີ.(ມະໂນລິນ, 2008 )
·         ເຄື່ອງປ່າຂອງດົງ:
ແມ່ນລວມເອົາຫຼາຍຜະລິດຕະພັນ (ຍົກເວັ້ນໄມ້ທ່ອນ) ທີ່ເກັບໄດ້ໃນປ່າທໍາມະຊາດ, ສ່ວນປູກໄມ້ ແລະ ຕາມຫ້ວຍນ້ໍາລໍາທານ, ເຊິ່ງມັນໄດ້ຖືກນຳໃຊ້ເຂົ້າໃນຊີວິດປະຈຳວັນຂອງປະຊາຊົນທ້ອງຖິ່ນ.   ມີຫຼາຍຜະລິດຕະພັນພືດ ແລະ ສັດທີ່ມີການເກັບຢູ່ໃນປ່າທຳມະຊາດເຊັ່ນ: ໝາກໄມ້, ແກ່ນ, ເຫັດ, ນໍ້າມັນ, ດອກໄມ້, ຢາພື້ນເມືອງ, ພືດຜັກ ແລະ ເຄື່ອງເທດ, ສີຍ້ອມຢາງໃສ ແລະ ຜະລິດຕະພັນສັດເຊັ່ນ: ນ້ຳເຜິ້ງ ແລະ ສັດໃຫຍ່. (ມະຫາວິທະຍາໄລແຫ່ງຊາດລາວ, 2007).
  •    III. ອຸປະກອນ ແລະ ວິທີການສຶກສາ

                    1.        ອຸປະກອນ
§  ເຊືອກຝາງ (ໃຊ້ສຳລັບການກຳນົດດອນຕົວຢ່າງ)
§  ໄມ້ແມັດ (ໃຊ້ວັດຮອບຕົ້ນໄມ້, ແທກດອນຕົວຢ່ງ)
§  ໂທລະສັບ (ຖ່າຍພາບພື້ນທີ່ ທີ່ລົງສຳຫຼວດ)
§  ກ້ອງຊຸນໂຕ (ໃຊ້ສຳລັບການວັດແທກລວງສູງຂອງຕົ້ນໄມ້)
§  ຄອມພິວເຕີ້ (ລວບລວມຂໍ້ມູນ)
§  GPS (ໃຊ້ຈັດຈຸດພິກັດ ຫຼື ບອກຕຳແໜ່ງເພື່ອນຳໄປສ້າງເປັນດອນຕົວຢ່າງ)
§  ເຂັມທິດ (ໃຊ້ກຳນົດທິດໃນການວັດແທກສ້າງດອນ)
§  ແບບຟອມ (ເກັບຕົວຢ່າງ)
§  ບິກ ແລະ ສໍ (ຈົດບັນທຶກຂໍ້ມູນ)
§  ພ້າ (ຖາງແລວ)
§  ແຜນທີ່ (ເພື່ອບອກໂຊນ ແລະ ດອນຕົວຢ່າງ)

                    2.        ວິທີການສຶກສາ
ແຜ່ນສຶກສາຈາກຂໍ້ມູນມືໜຶ່ງ ແລະ ຂໍ້ມູນມືສອງ
§  ຂໍ້ມູນມືໜຶ່ງ: ແມ່ນໄດ້ມາຈາກການລົງສຳຫຼວດຕົວຈິງ ໂດຍມີການວາງດອນຕົວຢ່າງຂະໜາດ 10 x 10 ແລ້ວມີການແທກລວງຮອບຂອງຕົ້ນໄມ້ແຕ່ລະຕົ້ນທີ່ມີລວງສູງ 1 ແມັດ ຂື້ນໄປ, ສຳຫຼວດວ່າມີໄມ້ພຸ່ມ ແລະ ພືດທີ່ເປັນຢາ.
§  ຂໍ້ມູນມືສອງ: ແມ່ນການສັງລວມເອົາເອກະສານເພື່ອອ້າງອີງ ແລະ ປະກອບເຂົ້າໃນການເຮັດບົດລາຍງານ ເພື່ອໃຫ້ຂໍ້ມູນໃກ້ຄຽງກັບສະພາບຕົວຈິງ.
  1.   IV. ຜົນການສຶກສາ

ໃນການລົງສຳຫຼວດ ພວກເຮົາໄດ້ສຳຫຼວດຢູ່ 4ດອນຕົວຢ່າງ ຄື: ດອນທີ່13, 14, 3, 4 ຕາມລຳດັບ ເຊິ່ງໃນແຕ່ລະດອນພົບພືດທີ່ແຕກຕ່າງກັນຄື:
ດອນທີ່13:
v ຍົກຕົວຢ່າງພັນໄມ້ທີ່ພົນເດັ່ນກໍ່ຄື: ໄມ້ສັກ
ອານາຈັກ
Plantae
ສາຂາ
Magnoliophyta
ເຫຼົ່າ
Magnoliopsida
ເຜົ່າ
Lamiales
ຕະກຸນ
Verbenaceae Lamiaceae
ສະກຸນ
ຊະນິດ
T. grandis
ຊື່ເປັນພາສາອັງກິດ
Teak
ຊື່ວິທະຍາສາດ
Tectona grandis

1.   ລັກສະນະພືດສາດ
·         ລໍາ​ຕົ້ນ​: ມີລັກສະນະໃຫຍ່ຕາມໄລຍະເວລາ ມີລັກສະນະເປັນສີເທົາ. ເປືອກແຂງ ແລະ ແຕກເປັນຮ່ອງນ້ອຍໆ.
·         ໃບ​: ໃບ​ຂອງ​ມັນ​ມີ​ຂະ​ໜາດ​ໃຫຍ່​ຫຼາຍ​. ອອກ​ກົງ​ກັນ​ຂ້າມກັນເປັນຄູ່. ຄວາມ​ຍາວ​ຂອງໃບແມ່ນ   25-30 ຊ​ຕ​ມ​, ລວງກ​້​ວາງ​ເກືອບ​ເທົ່າລວງຍາວ​. ແຕ່ວ່າໃບ​ຂອງຕົ້ນ​ເບ້ຍ​ຈະມີ​ຂະ​ໜາດ​ໃຫຍ່ ກ​ວ່າໃບຂອງຕົ້ນທີ່ໃຫຍ່ແລ້ວ, ໃບມີລັກສະນະຊາ ແລະ ເປັນສີຂຽວເຂັ້ມ. ເມື່ອເຮົາຍ່ອງເບິ່ງໃບຂອງມັນຈະມີລັກສະນະເປັນສີແດງສົດຄ້າຍຄືເລືອດ.
·          ດອກ​: ດອກ​ສີ​ຂາວ​ຂະ​ໜາດ​ນ້ອຍເປັນຊໍ່​ຕາມ​ປາຍກິ່ງ​ງ່າ​, ອອກດອກ ແລະ ເປັນໝາກແມ່ນ​ເດືອນ​ມິ​ຖຸ​ນາ​ຫາ​ເດືອນ​ຕຸ​ລາ​.
·         ເປືອກ​: ເປືອກ​ໜາ​ດີ​ ແລະ ມີລັກສະນະ​ກ້ຽງ ​ຫຼື ​ຮ່ອງ​ຕື້ນ​ຕາມ​ຄວາມ​ຍາວ​ຂອງ​ລໍາ​ຕົ້ນ​ໄດ້​.
·         ໝາກ: ມີລັກສະນະແຫ້ງ ແລະ ຮູບຮ່າງມົນກົມເສັ້ນຜ່າສູນກາງປະມານ 2 ຊມ ແລະ ມີແກ່ນ 1-3 ແກ່ນໃນໝາກໜຶ່ງ.



2.   ລະບົບນິເວດ
ໄມ້ສັກສ່ວນໃຫຍ່ເປັນໄມ້ທີ່ມັກເກີດໃນພື້ນທີ່ປ່າໂຄກ ເປັນຕົ້ນໄມ້ມີການປ່ຽນໃບຈຶ່ງມີຄວາມທົນທານຕໍ່ສຸຂະພາບແວດລ້ອມທີ່ແຫ້ງແລ້ງ. ມີຖິ່ນກຳເນີດຢູ່ໃນຕອນໃຕ້ຂອງປະເທດອິນເດຍ, ມຽນມາ, ໄທ, ອິນໂດເນເຊຍ ແລະ ລາວ.
3.   ການກະຈາຍ
ໄມ້ສັກເປັນໄມ້ທີ່ພົບໃນ 4 ປະເທດຄື: ລາວ, ໄທ, ມຽນມາ ອິນໂດເນເຊຍ ແລະ ອິນເດຍ. ໃນ​ບາງ​ກອກປະ​ເທດ​ໄທ​, ແມ່ນ​ການ​ກໍ່​ສ້າງ​ໄມ້​ສັກ​ທອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​.
ໄມ້ສັກ ເຕີບໂຕໄດ້ດີໃນດິນທີ່ເກີດຈາກຫິນຫຼາຍຊະນິດ ແຕ່ການຈະເລິນເຕີບໂຕບໍ່ໄດ້ຂື້ນກັບຄວາມເລິກ, ການລະບາຍນ້ຳ, ຄວາມຊຸ່ມ ແລະ ອຸນຫະພູມຂອງດິນນັ້ນໆ. ໂດຍສະເພາະໃນດິນທີ່ເກີດຈາກຫີນປູນເຊິ່ງແຕກແຍກຜຸພັງຈົນກາຍເປັນດິນເໝາະສົມ. ໄມ້ສັກມັກ ແລະ ຈະເລີນເຕີບໂຕໄດ້ດີຫຼາຍ. ໄມ້ສັກມັກດິນທີ່ມີຄວາມເປັນກາງ ແລະ ດ່າງໜ້ອຍ ຄ່າ pH ຢູ່ລະຫວ່າງ 6.5 7.5 ປະລິມານນ້ຳຝົນສະເລ່ຍ 1,200 2,000 mm/ປີ. ຄວາມສູງຈາກໜ້ານ້ຳທະເລປານກາງບໍ່ເກີນ 700 m ແລະ ມີລະດູແລ້ງແຍກຈາກລະດູຝົນຊັນເຂນຈະເຮັດໃຫ້ໄມ້ສັກມີລວດລາຍທີ່ງາມ.
4.   ການຂະຫຍາຍ
ນຳແກ່ນມາແຊ່ນ້ຳ 2 ມື້. ສະລັບຕາກແດດ 1 ມື້ ລວມທັງໝົດ 15 ມື້. ແລ້ວວ່ານໃນ ໜານປູກ ແລ້ວຖົມໜາປະມານ 3-5 mm  ຫຼື ເຮັດເປັນຮ່ອງແລ້ວວ່ານລົງເພື່ອສະດວກໃນການຖົມ. ແກ່ນຈະງອກຢ່າງເປັນລະບຽບ. ໜານເພາະພັນຄວນຢູ່ກາງແຈ້ງ ແກ່ນໄມ້ສັກຈະງອກອອກພາຍໃນ 3 ອາທິດ. ບາງເມັດຈະງອກພາຍໃນ 2 ປີຈຶ່ງງອກອອກ.
  • ການປັກຊຳ.

ເລືອກສາຍພັນທີ່ດີ. ເລືອກຕັດສິ້ນສ່ວນຂອງໄມ້ທີ່ແຕກກິ່ງງ່າງ່າຍ ແລ້ວນຳໄປກະຕຸ້ນການອອກຮາກ ແລະ ລຳຕົ້ນດ້ວຍສານເຄມີ.

ນຳສ່ວນຂອງພືດທີ່ໄດຮັບການກະຕຸ້ນແລ້ວໄປໄວ້ໃນເຮືອນ ທີ່ສາມາດຄວບຄຸມຄວາມຊຸ່ມ ແລະ ອຸຫະພູມ. ຕິດຕາມຈົນກວ່າສ່ວນຂອງພືດທີ່ນຳມາປັກຊຳຈະສ້າງຮາກ ແລະ ລຳຕົ້ນ. ເມື່ອຕົ້ນກ້າແຂງແຮງຈຶ່ງນຳອອກໄປປູກ. 

5.   ການນຳໃຊ້
ໄມ້ສັກເປັນໄມ້ທີ່ບໍ່ມີລາຍ. ເປັນໄມ້ທີ່ແຂງແຮງ, ມີຄວາມທັນທານສູງ ຄົນສ່ວນຫຼາຍນຳໄມ້ສັກມາເຮັດເຮືອນເປັນຫຼັງ ຫຼື ບາງສ່ວນ ແລະ ນຳມາຜະລິດເປັນເຄື່ອງໃຊ້ພາຍໃນຄົວເຮືອນເຊັ່ນ: ຕູ້, ໂຕະ, ຕຽງ ແລະ ຕັ່ງ... ນອກນີ້ໄມ້ສັກຍັງມີສານທີ່ປ້ອງກັນປວກ ແລະ ມອດມາທຳລາຍ ສານນີ້ຊື່ວ່າ: ເທັກໂທຄວີໂນນ (Tectoquinone).







ຮູບທີ 3: ເຮືອນທີ່ເຮັດຈາກໄມ້ສັກ                      ຮູບທີ 4: ຕຽງເຮັດຈາກໄມ້ສັກ


6.   ຕະຫຼາດ
ຕະຫຼາດໃນປັດຈຸບັນແມ່ນຮອງຮັບໄມ້ສັກໄດ້ດີ ເພາະໄມ້ສັກເປັນໄມ້ທີ່ມີຄວາມແຂງແຮງ, ທັນທານ ແລະ ບໍ່ມີລາຍໄມ້. ໄມ້ສັກຍັງເປັນໄມ້ທີ່ທົນຕໍ່ປວກ (ປວກບໍ່ກິນ). ຕະຫຼາດມີຄວາມຕ້ອງການຢ່າງເຫັນໄດ້ຊັດເຈນວ່າໃນ ສປປ ລາວ ມີການສຳປະທານທີ່ດິນເພື່ອປູກໄມ້ສັກ.
  •    V.  ສະຫຼຸບ ແລະ ສະເໜີແນະ

1.   ສະຫຼຸບ
ຜ່ານການລົງສຳຫຼວດປ່າສະຫງວນດົງນາຕາດ ເຮັດໃຫ້ພວກເຮົາໄດ້ເຫັນເຖິງຄວາມປ່ຽນແປງບາງສ່ວນຂອງພື້ນທີ່ປ່າ ບາງສ່ວນອາດບໍ່ກົງກັບແຜ່ນທີ່ ເນື່ອງຈາກວ່າແຜນທີ່ພາບຖ່າຍໃນການໃຊ້ສຳຫຼວດແມ່ນປີ 2012. ເຫັນເຖິງຄວາມແຕກຕ່າງແຕ່ລະເຂດດອນຕົວຢ່າງ. ບາງເຂດເປັນປ່າຕຶບ. ບາງເຂດເປັນພື້ນທີ່ ທີ່ມີຕົ້ນໄມ້ໃຫຍ່ ແຕ່ບໍ່ຕຶບໜາ. ການລົງສຳຫຼຄັ້ງນິເຮັດໃຫ້ຮູ້ ແລະ ເຫັນເຖິງຊະນິດພັນໄມ້ຕ່າງໆທີ່ມີຢູ່ໃນປ່າສະຫງວນ.
2.    ສະເໜີແນະ
-       ບົດລາຍງານຂອງພວກຂ້າພະເຈົ້າອາດຈະບໍ່ສົມບູນ ແລະ ຄົບຖ້ວນເທື່ອ ເພາະຂໍ້ມູນບາງສ່ວນອາດຫາຍາກ.
-       ການຈັດລຽງບົດລາຍງານອາດມີຂໍ້ບົກພ່ອງ ປະການໃດປະການໜຶ່ງ ພວກຂ້າພະເຈົ້າຫວັງວ່າອາຈານ ແລະ ໝູ່ເພື່ອນຄົງຈະໃຫ້ຄຳເນາະນຳແກ່ພວກຂ້າພະເຈົ້າເພີ່ມຂື້ນ
-       ບົດລາຍງານຄັ້ງນີ້ແມ່ນບໍ່ທັນຄົບຖ້ວນ ແລະ ສົມບູນ ແມ່ນຢາກໃຫ້ຜູ້ສຶກສາລຸ່ນຕໍ່ໄປ ທີ່ສົນໃຈຢາກສຶກສາຕໍ່ໃຫ້ມັນຄົບຖ້ວນຕໍ່









  VI.        ເອກະສານອ້າງອີງ

ไม่มีความคิดเห็น:

แสดงความคิดเห็น