I. ປະຫວັດຄວາມເປັນມາ
- ໄມ້ເປັນຜົນຜະລິດຫຼັກທີ່ໄ້ມາຈາກປ່າ ອັນເປັນຊັບພະຍາກອນທຳມະຊາດທີ່ມີຄວາມສຳຄັນໃນການດຳລົງຊີວິດຂອງມະນຸດ ແລະ ມີບົດບາດກັບຊີວິດມະນຸດທຸກຍຸກສະໄໝນັບຕັ້ງແຕ່ເກີດຈົນເຖິງວາລະສຸດທ້າຍຂອງຊີວິດ. ໂດຍສະເພາະໃນປະເທດອຸດສະຫະກຳ ແຕ່ບໍ່ຖືວ່າມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງໃນການດຳລົງຊີວິດ ເຖິງວ່າໃນປັດຈຸບັນໂລກມີການພັດທະນາໄປໄກ ແລະ ມີໂຮງງານອຸດສາຫະກຳຕ່າງໆທີ່ສາມາດຜະລິດວັດຖຸອື່ນໆມາໃຊ້ແທນໄມ້ ແຕ່ເມື່ອຄິດເຖິງຄວາມສະດວກສະບາຍ ແລະ ລາຄາແລ້ວທົ່ວໂລກກໍ່ຍັງຍອມຮັບວ່າໄມ້ເປັນວັດຖຸທາງຊັບພະຍາກອນທຳມະຊາດທີ່ມີຄຸນນະສົມບັດທີ່ເໝາະສົມສຳຫຼັບການກໍ່ສ້າງເກືອບທຸກຊະນິດ.
ຕົ້ນວິກເປັນຕົ້ນໄມ້ຍືນຕົ້ນທີ່ມີຖິ່ນກຳເນີດໃາຈາກປະເທດອອສເຕຣເລຍ ນຳເຂົ້າມາປະເທດໄທເມື່ອປີ ຄສ 1964 ໂດຍມີການປູກທົດສອບສາຍພັນ ແລະ ມີການຂະຫຍາຍພື້ນທີ່ປູກໄມ້ວິກຢ່າງຕໍ່ເນື່ອງ. ແຕ່ບໍ່ໄດ້ມີການຍືນຍັນ ຫຼື ລະບຸບຢ່າງແຈ້ງວ່າ ສ ປປ ລາວມີການນຳເຂົ້າ ຫຼື ຄົ້ນພົບໃນປີໃດ.
ອານາຈັກ: Plantae
ໝວດ: Magnoliophyta
ຂັ້ນ: Magnoliopsida
ອັນດັບ: Myrtales
ຕະກຸນ: Myrtaceae
ສະກຸນ: Ealyptusuc
ຊະນິດ: ມີປະມານ 700 ຊະນິດ (ໃນ ສ ປປ ລາວ ມີຕົ້ນວິກແດງ ແລະ ຕົ້ນວິກຂາວ)
- ລັກສະນະຂອງລຳຕົ້ນ: ລຳຕົ້ນມີລັກສະນະຊື່ ແລະ ລຽບກວ່າຕົ້ນໄມ້ອື່ນໆ ລຳຕົ້ນມີລັກສະນະມີສີຂາວ ແລະ ບາງບ່ອນເປັນສີນ້ຳຕານອ່ອນ. ເປືອກຂອງຕົ້ນວິກມັກຈະແຕກ ແລະ ລອກອອກຈຶ່ງເຮັດໃຫ້ລຳຕົ້ນລຽບຢູ່ຕະຫຼອດ ແລະ ແກ່ນຈະມີສີເຂັ້ມກວ່າເປືອກນອກ.
- ລັກສະນະຂອງໃບ: ໃບມີລັກສະນະລຽງກັນເປັນຄູ່ ແລະ ສະຫຼັບກັນ, ໃບມີຂະໜາດຍາວແຕ່ 9 - 11 cm. ກ້ານໃບຍາວ ໃບມີສີຂຽວອ່ອນທັງສອງດ້ານ ບາງໃບກໍ່ມີສີເທົາສາມາດແນມເຫັນໄດ້ຊັດເຈນ.
ຕົ້ນວິກແມ່ນຈະເລີນເຕີບໂຕໄດ້ດີ, ໃຫຍ່ໄວ ສາມາດປູກເກືອບທຸກບ່ອນໃນ ສ ປປ ລາວ ແລະ ປະເທດທີ່ໃກ້ຄຽງເຊັ່ນ: ໄທ ຫວຽດນາມ ກຳປູເຈຍ ...
5. ການຂະຫຍາຍພັນ
6. ຕະຫຼາດ
7. ການນຳໃຊ້
8. ຄຸນປະໂຫຍດ ແລະ ໂທດ
9. ສະຖານະພາບ
4. ການກະຈາຍ
ເປັນພັນໄມ້ທີ່ມີຖິ່ນກຳເນີດໃນທະວີບອອສເຕເລຍ ເກາະແທສເມເນຍ ມີການກະຈາຍພັນຕັ້ງແຕ່ໝູ່ເກາະມິນດາເນົາ, ຊີລີເບສ, ປາປົວນິວກີນີ ໃນພື້ນທີ່ຊຸ່ມທີ່ມີນ້ຳຂັງໃນເຂດຮ້ອນ ມີຫຼາຍກວ່າ 700 ຊະນິດ. ຕົ້ນວິກເປັນໄມ້ຊະນິດທີ່ມີຄວາມທົນທານຕໍ່ເຂດຮ້ອນ ແລະ ແຜ່ກະຈາຍພັນໄດ້ງ່າຍ ພວກເຮົາຈຶ່ງເຫັນການກະແຈກກະຈາຍຂອງຕົ້ນໄມ້ຊະນິດນີ້ຕາມສະຖານທີ່ຕ່າງໆໃນ ສ ປປ ລາວ.
5. ການຂະຫຍາຍພັນ
1. ຫຼັງຈາກການເກັບແກ່ນ, ໃຫ້ຮ່ອມເຮັດຄວາມສະອາດ ຫຼັງຈາກນັ້ນເອົາເຈ້ຍຫໍ່ແລ້ວໃສ່ຖົງຢາງແລ້ວຈະເກັບຮັກສາໃນຕູ້ເຢັນສໍາລັບປະມານ 1 ເດືອນ.
2. ຕຽມໜານເພື່ອກ້າ ໃນການເລືອກບ່ອນກກ້າເບ້ຍນັ້ນຄວນເລືອກບ່ອນທີ່ມີຄວາມຮົ່ມ ແລະ ມີແດດພຽງເລັກໜ້ອຍ ແລ້ວເຮັດການຂຸດດິນເພື່ອຕາກເປັນເວລາ 1 ອາທິດ.
3. ວັດສະດຸໃນການກ້າເບ້ຍ ແມ່ນຈະໃຊ້ດິນລ້ວນໆກໍ່ໄດ້ ແຕ່ຈະມີບັນຫາຕອນຖອນແຍກໄປລົງຖົງ. ອາດເຮັດໃຫ້ຮາກຂອງມັນຂາດໄດ້ ໃນບັນຫາດັ່ງກ່າວເຮົາມີວິທີແກ້ໄຂຄືການໃສ່ຂີ້ແກບທີ່ຈູດແລ້ວ ແລະ ຝຸ່ນຄອກມາປະສົມກັບດິນກ່ອນເພື່ອສະດວກໃນການຍ້າຍເບ້ຍລົງຖົງ.
4. ຕີດິນ ແລະ ສ່ວນຜະສົມໃຫ້ເຂົ້າກັນ ແລະ ໃຫ້ລະອຽດເພາະເມັດຂອງຕົ້ນວິກຂ້ອງຂ້າງມີຂະໜາດນ້ອຍ.
5. ວ່ານເມັດຂອງຕົ້ນວິກລົງໄປ ແລ້ວເອົາມືລູບດິນໃຫ້ປົກເມັດ ເພື່ອເວລາເຮົາຫົດນ້ຳຈຶ່ງຈະບໍ່ເຮັດໃຫ້ເມັດເບ້ຍຂອງເຮົາໄຫຼໜີ.
6. ຫົດນ້ຳໃຫ້ຊຸ່ມທຸກໆມື້ ບໍ່ຄວນຫົດຫຼາຍຈົນເກີນໄປ ແລ້ວ ປົກດ້ວຍຜ້າຍາງເຮັດໃຫ້ເກີດຄວາມຮ້ອນພາຍໃນໜານກ້າເບ້ຍ ເພື່ອກະຕຸ້ນການກ້າເບ້ຍໃຫ້ອອກໄວກວ່າປົກກະຕິ.
7. ເມື່ອເມັດກ້າເລີ່ມງອກອອກມາກໍ່ສາມາດນຳເອົາຜ້າຢາງອອກໄດ້ ການເບິ່ງແຍ່ງແມ່ນຄ້າຍຄືກັບເບ້ຍໄມ້ອື່ນໆ.
ການຂະຫຍາຍພັນຂອງຕົ້ນວິກຂ້ອນຂ້າງງ່າຍຈຶ່ງເຮັດໃຫ້ມີການຂະຫຍາຍພັນຫຼາຍເພື່ອປູກຕາມບ່ອນຕ່າງໆ ແລະ ເກືອບທຸກໆພື້ນທີ່ທີ່ມີການເປົ່າວາງຂອງປະຊາຊົນ ແລະ ລັດຖະບານ.
6. ຕະຫຼາດ
ເຖິງວ່າໄມ້ວິກຈະເປັນໄມ້ທີ່ມີຂະໜາດຂອງລຳຕົ້ນບໍ່ໃຫຍ່ປານໃດ ແຕ່ກໍ່ຍັງເປັນທີ່ຕ້ອງການຂອງຕະຫຼາດຫຼາຍໆປະເທດເຊັ່ນ: ອາເມຣິກາ, ໄທ, ລາວ ແລະ ຫຼາຍໆປະເທດໃນທະວີບຢຸໂຣບ.
ແຕ່ວ່າການຮອງຮັບຕະຫຼາດໃນ ສ ປປ ລາວຍັງມີໜ້ອຍ ຈຶ່ງເຮັດໃຫ້ປະຊາຊົນບໍ່ຄ່ອຍນິຍົມປາປູກເພື່ອທີ່ຈະຂາຍຄືກັບປະເທດເພື່ອນບ້ານ. ມີພຽງບາງພາກສ່ວນທີ່ປູກຕົ້ນວິກ ແລ້ວຕັດຂາຍໃຫ້ກັບປະເທດເພື່ອນບ້ານ ແລະ ໂຮງງານຜະລິດເຟີນິເຈີ້ໃນ ສ ປປ ລາວ.
7. ການນຳໃຊ້
· ໄມ້ວິກເປັນໄມ້ຢືນຕົ້ນໄດ້. ໃບແຫ້ງ ແລະ ນ້ໍາໄດ້ຖືກນໍາໃຊ້ເພື່ອເຮັດໃຫ້ຢາປົວພະຍາດເຖິງແມ່ນວ່າໄມ້ວິກໄດ້ຖືກນໍາໃຊ້ໃນທາງການຢາສໍາລັບການຈໍານວນຫຼາຍຈຸດປະສົງ, ບໍ່ມີເປັນຫຼັກຖານວິທະຍາສາດພຽງພໍແລ້ວກັບອັດຕາທີ່ໄດຮັບປະສິດທິຜົນສໍາລັບການປິ່ນປົວຂອງເຂົາເຈົ້າ.
· ໃບໄມ້ຖືກນໍາໃຊ້ສໍາລັບການຊຶມເຊື້ອ, ມີອາການໄຂ້, ເຈັບກະເພາະ, ແລະການຊ່ວຍເຫຼືອພວນອາການໄອ. ໃບຍັງໃຊ້ສໍາລັບປິ່ນປົວການຊຶມເຊື້ອລະບົບຫາຍໃຈ, ໄອໄກ່, ພະຍາດຫືດ, ວັນນະໂລກປອດ,, ອາການເຈັບປວດຮ່ວມກັນ (ອາການປະດົງ), ສິວ, ບາດແຜ, ພະຍາດທ້ອງບິດແບັກທີເລຍ, ຂີ້ກາກ, ຕັບ, ການສູນເສຍຂອງຄວາມຢາກອາຫານ , ແລະມະເຮັງ.
· ນ້ໍາປູກໄມ້ວິກ Diluted ໄດ້ຖືກນໍາໃຊ້ໂດຍກົງກັບຜິວໜັງສໍາລັບອາການເຈັບປວດແລະການໄຄ່ບວມຂອງເຍື່ອລະບົບຫາຍໃຈສັນຍາອາການເຈັບປວດຮ່ວມກັນຕາມອະໄວຍະວະ ແລະ ມັນຍັງໃຊ້ເປັນຢາແມງໄມ້ໄດ້.
8. ຄຸນປະໂຫຍດ ແລະ ໂທດ
- ຄຸນປະໂຫຍດ
ຄຸນປະໂຫຍດຂອງວິກແມ່ນນຳມາປູກເປັນສວນປ່າແມ່ນຈະເລີນເຕີບໂຕໄດ້ດີ ໃຫ້ຜົນຜະລິດສູງເມື່ອທຽບໃສ່ກັບໄມ້ຊະນິດອື່ນ ໃນຊ່ວງ 1-2 ປີ ທຳອິດສາມາດປູກພືດອື່ນຄຽງຄູ່ນຳກັນໄດ້ໃນພື້ນທີ່ດັ່ງກ່າວ. ຕົ້ນວິກເປັນໄມ້ທີ່ບໍ່ເປັນພິດໄພຕໍ່ການກະເສດແຕ່ຢ່າງໃດ.
ປະໂຫຍດທາງກົງ
ໄມ້ວິກສາມາດນຳໄປໃຊ້ປະໂຫຍທາງກົງຫຼາຍຢ່າງດັ່ງນີ້:
1. ເຮັດໄມ້ໃຊ້ສອຍ ເຟນິເຈີ້ ເຄື່ອງເຮືອນ ເຮັດຮົ້ວ ເຮັດຄອກສັດ ເຮັດເສົາ ໃຊ້ໃນການກໍ່ສ້າງຕ່າງໆ ໄມ້ວິກສາມາດໃຊ້ເປັນສິ້ນສ່ວນພາຍໃນເຮືອນໄດ້ ແຕ່ຕ້ອງເຮັດການເຄືອບນ້ຳຢາເສຍກ່ອນ ເພື່ອທີ່ຈະຍືດອາຍຸການໃຊ້ງານໄດ້ດົນຂື້ນ.
2. ເຮົດຝືນ ເຜົາຖ່ານ ຖ່ານໄມ້ວິກໃຊ້ເປັນເຊື້ອໄຟໄດ້ດີ ແລະ ມີຂີ້ເຖົາໜ້ອຍ. ໄມ້ວິກເປັນຟືນໃຫ້ພະລັງານຄວາມຮ້ອນ 4,800 ແຄວໂລຣີ/g, ສ່ວນຖ່ານຈາກໄມ້ວິກແມ່ນໃຫ້ພະລັງງານຄວາມຮ້ອນ 7,400 ແຄວໂລຣີ/g ເຊິ່ງຈັດເປັນຖ່ານໄມ້ທີ່ດີທີ່ສຸດ.
3. ສັບໄມ້ເປັນສິ້ນສ່ວນນ້ອຍໆ ເມື່ອນຳມາແປຮູບ ສາມາດນຳໄປຜະລິດເປັນແຜ່ນໄມ້ອັດ ໂຕະໄມ້ອັດ ແລະ ອື່ນໆ.
4. ເຮັດເນື້ອເຍື່ອໄມ້ ສາມາດນຳໄປຜະລິດເປັນຜ້າແທນເສັ້ນໄຍໄໝ ແລະ ຝ້າຍໄດ້. ຍັງສາມາດນຳໄປຜະລິດເປັນເຈ້ຍໄດ້ອີກດ້ວຍ.
ປະໂຫຍດທາງອ້ອມ
1. ເຫັດ ລະບົບຂອງຮາກໄມ້ວິກຈະມີເຊື້້ອລາ ໄມຄໍຣໄຣຊ້າຊະນິດຕ່າງໆອາໄສຢູ່ ເມື່ອຮອດລະດູຝົນເຊື້ອໄມຄໍຣໄຣຊ້າ ກໍ່ຈະແທງດອກເຫັດຂື້ນມາແຕ່ພື້ນດິນ ເພື່ອແຜ່ກະຈາຍພັນອອກໄປ ເຫັດເຫຼົ່ານີ້ສາມາດກິນ ແລະ ຂາຍໄດ້.
2. ລ້ຽງເຜິ້ງ ດອກຂອງໄມ້ວິກມີນ້ຳຫວານສາມາດນຳມາລ້ຽງເປຜິງໄດ້.
3. ສິ່ງແວດລ້ວມ ຊ່ວຍເຮັດໃຫ້ເກີດຄວາມສົມດຸນໃນລະບົບນິເວດເຊັ່ນ: ເພີ່ມຄວາມຊຸ່ມໃຫ້ແກ່ພື້ນທີ່ອັນເນື່ອງມາຈາກປະລິມານນ້ຳທີ່ຄາຍອອກມາທາງໃບ ເປັນປະລິມານ 95% ມີສ່ວນຊ່ວຍເຮັດໃຫ້ເກີດມີຝົນຕົກ ແລະ ກໍ່ໃຫ້ເກີດການໝຸນວຽນທາດໃນດິນ.
4. ເສດຖະກິດ ກໍ່ໃຫ້ເກີດການປູກສ່ວນໄມ້ວິກໂດຍສະເພາະແມ່ນຊາວກະສິກອນລາຍຍ່ອຍ ຈະະມີຕະຫຼາດຮອງຮັບຜົນຜະລິດຢ່າງຕໍ່ເນື່ອງ ສົ່ງເສີມໃຫ້ເກີດຄວາມໝັນຄົງ ໃນອາຊີບ ແລະ ລາຍໄດ້.
5. ສັງຄົມ ສ້າງອາຊີບການງານໃຫ້ແກ່ຄົນໃນຊົນນະບົດ ເຮັດໃຫ້ມີວຽງງານທຳ ກະຈາຍໂຮງງານໄປສູ່ເຂດຊົນນະບົດ.
6. ປະຫຍັດເງິນ ຫຼຸດເງິນທີ່ຈະອອກໄປຕ່າງປະເທດ ຈາກການສັ່ງຊື້ໄມ້ທ່ອນ ແລະ ວັດຖຸດິບຕ່າງໆເຂົ້າປະເທດ.
7. ຊ່ວຍຟື້ນຟູພື້ນທທີ່ປ່າໄມ້ຂອງຊາດ ໂດຍສະເພາະພື້້ນີທ່ປ່າເສດຖະກິດໄດ້ດີຂື້ນຕາມເປົ້າໝາຍຂອງລັດຖະບານ.
ໂທດ
1. ເຮັດໃຫ້ດິນເຊື່ອມຄຸນນະພາບຖ້າຫາກວ່າມີການປູກໄມ້ວິກເປັນເວລາຫຼາຍປີຕິດຕໍ່ກັນ ຈະເຮັດໃຫ້ດິນທີ່ເຄີຍອຸດົມສົມບູນກາຍເປັນດິນທີ່ເຄັມ ແລະ ສີຂອງດິນຈະປ່ໜນເປັນສີຂາວ ຜົນຜະລິດທີ່ປູກໃກ້ຄຽງຈະຫຼຸດປະລິມານລົງ 10 ເທົ່າ ແລະ ຈະສົ່ງຜົນຕໍ່ນ້ຳບານດານແຫ້ງອີກດ້ວຍ.
2. ໃບຂອງຕົ້ນວິກມີນ້ຳຫອມລະເຫີຍປະສົມຢູ່ຈະເຮັດໃຫ້ພືດບໍລິເວນນັ້ນຢຸດສະງັກການຈະເລີນເຕີບໂຕ.
9. ສະຖານະພາບ
ສະຖານະພາບຂອງຕົ້ນວິກແມ່ນຈັດເຂົ້າໃນຈຳພວກໄມ້ເສດຖະກິດ ເພາະມີການນຳໃຊ້ເຂົ້າໃນການຜະລິດເຈ້ຍ, ໄມ້ອັດ ແລະ ອື່ນໆທີ່ກ່ຽວກັບຕົ້ນວິກ ເພາະຕົ້ນວິກສາມາດເພາະພັນໄດ້ ແລະ ມີຄວາມຕ້ອງການພໍສົໃຄວນໃນສັງຄົມປະຈຸບັນ.



ไม่มีความคิดเห็น:
แสดงความคิดเห็น